03 ໜ່ວຍພັກ ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິພັກສົມບູນ

16/10/2026

03 ໜ່ວຍພັກ ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິພັກສົມບູນ

ໃນຕອນບ່າຍຂອງວັນທີ 15 ຕຸລາ 2026, ທີ່ຫ້ອງປະຊຸມໃຫຍ່ສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກຮາກຖານສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກກົມຄວາມປອດໄພທາງໄຊເບີ ແລະ ໜ່ວຍພັກກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນຂອງພັກປະຊາປະຕິວັດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ມະໂນທອງ ວົງລໍຄຳ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກທັງສາມກົມດັ່ງກ່າວ ເຂົ້າຮ່ວມ ຈຳນວນ 40 ກວ່າສະຫາຍ.

ໃນພິທີ ສະຫາຍ ມີນາໄຊ ພິລາວົງ, ເລຂາໜ່ວຍພັກຮາກຖານສູນອິນເຕີເນັດ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິພັກສົມບູນ ຈຳນວນ 03 ສະຫາຍ, ຍິງ 01 ສະຫາຍ, ສະຫາຍ ຄໍາຫຼ້າ ສູນນະລັດ ເລຂາໜ່ວຍພັກກົມຄວາມປອດໄພທາງໄຊເບີ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍ ການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 01 ສະຫາຍ, ແລະ ສະຫາຍ ນາງ ດາວອນ ສາມະວົງ, ເລຂາໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 02 ສະຫາຍ ຍິງ 01 ສະຫາຍ. ພ້ອມນີ້, ສະຫາຍ ມະໂນທອງ ວົງລໍຄຳ ກຳມະການປະຈຳພັກກະຊວງ ກໍໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສົມບູນ.

ໃນຕອນທ້າຍ ສະຫາຍ ມະໂນທອງ ວົງລໍຄຳ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ຮັບເຂົ້າເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ. ຊຶ່ງບັນດາສະຫາຍໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າເປັນສະມາຊິກພັກສົມບູນ ໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກ ບັນດາສະມາຊິກພັກທັງໝົດຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ