25/08/2026
ໃນຕອນເຊົ້າຂອງວັນທີ 21 ສິງຫາ 2026, ຢູ່ທີ່ໂຮງແຮມ ອາມາລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານ Lao AI Skills Dialogue 2026 (ເວທີສົນທະນາທັກສະ AI ລາວ 2026) ຢ່າງເປັນທາງການ ພາຍໃຕ້ຫົວຂໍ້: "Building an AI-Ready Lao Through Skills and Collaboration" (ສ້າງທັກສະ ແລະ ຄວາມຮ່ວມມື ເພື່ອຄວາມພ້ອມດ້ານປັນຍາປະດິດ ໃນ ສປປ ລາວ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມມືຂອງ ວິທະຍຸຊາວໜຸ່ມລາວ, ບໍລິສັດ XM Innovator ແລະ ມູນນິທິອາຊຽນ (ASEAN Foundation).

ງານໃນຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີຍຸດທະສາດສຳຄັນໃນການເຕົ້າໂຮມບັນດາຕົວແທນຈາກພາກລັດ, ສະຖາບັນການສຶກສາ, ພາກເອກະຊົນ, ຂະແໜງເຕັກໂນໂລຊີ, ອົງການພັດທະນາ, ທີມງານ AI Master Trainers, ຊາວໜຸ່ມ ແລະ ຜູ້ຂັບເຄື່ອນດ້ານ AI ໃນລາວ ເພື່ອຮ່ວມກັນແລກປ່ຽນບົດຮຽນ, ກຳນົດທິດທາງ ແລະ ຍົກລະດັບທັກສະດ້ານປັນຍາປະດິດ (AI) ໃຫ້ສອດຄ່ອງກັບການປ່ຽນແປງຂອງເສດຖະກິດ-ສັງຄົມໃນຍຸກດິຈິຕອນ

ໃນພິທີດັ່ງກ່າວ, ທ່ານ ທະນົງເດືອນ ຕຸລິຫົງ, ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ຕາງໜ້າໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ) ໄດ້ໃຫ້ກຽດຮ່ວມເປັນປະທານ ແລະ ປະກອບຄຳຄິດເຫັນກ່ຽວກັບວິໄສທັດ, ການພັດທະນາ ແລະ ການນຳໃຊ້ AI ຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານ ປອ. ດາວເຮື່ອງ ບົວເງິນ, ຮັກສາການຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ກໍໄດ້ໃຫ້ກຽດຮ່ວມເປັນວິທະຍາກອນ ບັນຍາຍ ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນງານ.
ປະເດັນສຳຄັນທີ່ໄດ້ຮ່ວມສົນທະນາ ແລະ ແລກປ່ຽນພາຍໃນງານ ປະກອບມີ: ການປະຍຸກໃຊ້ AI: ການນຳໃຊ້ AI ເຂົ້າໃນຂະແໜງການສຶກສາ, ຍົກລະດັບທຸລະກິດ ແລະ ການເພີ່ມປະສິດທິພາບການເຮັດວຽກ, ຖອດຖອນບົດຮຽນ: ແລກປ່ຽນປະສົບການຈາກໂຄງການ AI Ready ASEAN, ຕອບໂຈດຕະຫຼາດແຮງງານ: ວິເຄາະຄວາມຕ້ອງການທັກສະ AI ຂອງຕະຫຼາດແຮງງານລາວໃນອະນາຄົດ ແລະ ສ້າງເຄືອຂ່າຍ: ເປີດໂອກາດໃຫ້ທຸກພາກສ່ວນໄດ້ສ້າງເຄືອຂ່າຍຄວາມຮ່ວມມືຂ້າມຂະແໜງການ ເພື່ອຮ່ວມກັນຂັບເຄື່ອນເຕັກໂນໂລຊີອັດສະລິຍະໃນ ສປປ ລາວ.
:
ການເຂົ້າຮ່ວມງານຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ ແລະ ເນັ້ນຢ້ຳເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ ສປປ ລາວ ມີຄວາມພ້ອມຢ່າງເຕັມຮູບແບບໃນການກ້າວເຂົ້າສູ່ຍຸກອະນາຄົດທີ່ຂັບເຄື່ອນດ້ວຍປັນຍາປະດິດ.



