21/07/2026
ຫ້ອງການກອງເລຂາກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 05 ແຂວງພາກເໜືອ (ແຂວງຜົ້ງສາລີ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ) ໄດ້ຈັດພິທິ ເຜີຍແຜ່ດຳລັດ ວ່າດ້ວຍ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຂື້ນໃນລະຫວ່າງວັນທີ
01-13 ກໍລະກົດ 2026 ຜ່ານມານີ້, ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຂອງແຕ່ລະແຂວງ. ໂດຍມີຫົວໜ້າ-ຮອງຫົວໜ້າພະແນກ, ບັນດາຂະແໜງການອ້ອມຂ້າງພາຍໃນແຂວງ, ບັນດາທ່ານຄະນະຫ້ອງການ ຕສ ເມືອງ ແລະ ຕາງໜ້າຈາກຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.


ຈຸດປະສົງ ກໍເພື່ອລິເລີ່ມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ ຄັ້ງທີ XII, ກໍຄືມະຕິກອງປະຊຸມໃຫ່ຍ ຂອງອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII, ແຜນພັດທະນາເຕັກໂນຊີ ແລະ ການສື່ສານ 05 ປີ ຄັ້ງທີ IV (2026-2030) ກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານການຫັນເປັນ 3 ເສົາຄໍ້າດິຈິຕອນ (ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ) ຢູ່ພາຍໃນ ສປປ ລາວ. ເຊີ່ງດໍາລັດ ສະບັບເລກທີ 278/ລບ ສະບັບນີ້ ແມ່ນນິຕິກຳໜື່ງທີ່ມີຄວາມສໍາຄັນທີ່ສຸດ, ທີ່ຈະຊ່ວຍພັກດັນສະໜັບສະໜູນເຮັດໃຫ້ການຫັນເປັນ 3 ເສົາຄ້ຳດິຈິຕອນ ປະສົບຜົນສຳເລັດຕາມແຜນທີ່ພັກ-ລັດຖະບານ ໄດ້ວາງໄວ້ໃນດຳລັດສະບັບນີ້ ເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ຕິດຕາມ, ກວດກາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ແນໃສ່ ສະໜອງທຶນໃຫ້ແກ່ການພັດທະນາຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເພື່ອລະດົມ ແລະ ສະສົມທຶນໃຫ້ມີທຶນພຽງພໍການຫັນເປັນດິຈິຕອນ ຢ່າງຍືນຍົງ, ໂປ່ງໃສ ແລະ ສາມາດກວດສອບ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຫັນເປັນທັນສະໄໝຂອງ ສປປ ລາວ. ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ແມ່ນກອງທຶນຂອງລັດທີ່ສ້າງຕັ້ງຂື້ນເພື່ອສະສົມ ແລະ ລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນການຫັນເປັນດິຈິຕອນ, ການຂະຫຍາຍ ແລະ ພັດທະນາໂຄ່ງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ, ການພັດທະນາຊັບພະຍາກອນມະນຸດ, ຖານດິຈິຕອນ ຄວາມປອດໄພຂອງການນໍາໃຊ້ເຕັກໂນໂລຊີ, ດິຈິຕອນ ອອກໄປສູ່ບັນດາເມືອງ ແລະ ຕາແສງ ໄດ້ຮັບການພັດທະນາຢາງບໍ່ຢຸດຢັ້ງ.



