16/07/2026
ໃນລະຫວ່າງວັນທີ 7-11 ກໍລະກົດ 2026 ຜ່ານມາ, ທ່ານ ແກ້ວວິສຸກ ໂສລາພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະໄດ້ເດີນທາງໄປເຄຶ່ອນໄຫວວຽກງານ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ, ຕາມໜັງສືເຊື້ອເຊີນ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ເພື່ອເຂົ້າຮ່ວມປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນ ວຽກງານ ຄຸ້ມຄອງມະຫາພາກການຫັນເປັນດິຈິຕອນ, ປັນຍາປະດິດ ແລະ ການບໍລິການລວມສູນພາກລັດ.


ໃນໂອກາດດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລາພົມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ແຂວງນິງບິ່ງ ເພື່ອຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບການພັດທະນາ ແລະ ນຳໃຊ້ລະບົບລວມສູນການບໍລິຫານລັດ ຮ່ວມກັບສູນບໍລິຫານລັດດິຈິຕອນ ຂອງແຂວງນິງບິ່ງ ແລະ ໄດ້ຖືໂອກາດເຂົ້າພົບປະ ທ່ານ ດັງ ແທັງ ເຊີນ, ສະມາຊິກຄະນະປະຈຳຄະນະພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງນິງບິ່ງ, ທີ່ສຳນັກງານຄະນະກຳມະການປະຊາຊົນແຂວງ. ພ້ອມນີ້, ທ່ານ ດັງ ແທັງ ເຊີນ ໄດ້ ລາຍງານໂດຍຫຍໍ້ ສະພາບການຫັນເປັນດິຈິຕອນ ຂອງແຂວງ ພ້ອມທັງຍົກໃຫ້ເຫັນ ຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ຄະນະຝ່າຍລາວຮັບຊາບ ເພື່ອເປັນບົດຮຽນຕົວແບບໃນການນຳໄປຈັດຕັ້ງປະຕິບັດ.


ໃນໂອກາດດຽວກັນ, ຍັງໄດ້ເຂົ້າຮ່ວມປະຊຸມ ກັບກົມຫັນເປັນດິຈິຕອນແຫ່ງຊາດ (National Digital Transformation Authority), ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ການຄຸ້ມຄອງມະຫາພາກສຳລັບການຫັນເປັນດິຈິຕອນຂອງພາກລັດ. ໂດຍຝ່າຍ ຫວຽດນາມ ໄດ້ນຳສະເໜີ ການສ້າງກອບນິຕິກຳ, ມາດຕະຖານ ລວມເຖິງ ສະຖາປັດຕະຍະກຳລະບົບເຕັກໂນໂລຊີສຳລັບວຽກງານບໍລິຫານ ແລະ ບໍລິການຂອງລັດ. ຫຼັງຈາກນັ້ນ ຄະນະ ກຕສ ໄດ້ສືບຕໍ່ປະຊຸມວິຊາການ ກັບກົມເຕັກໂນໂລຊີ ແລະ ປັນຍາປະດິດ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ການວາງນະໂຍບາຍ ເພື່ອພັດທະນາອຸດສະຫະກຳເຕັກໂນໂລຊີ, ການດຶງດູດການລົງທຶນທາງດ້ານເຕັກໂນໂລຊີ ພ້ອມທັງແລກປ່ຽນ ຍຸດທະສາດປັນຍາປະດິດ (AI) ຂອງ ຫວຽດນາມ.


ໃນການເດີນທາງໄປສຶກສາ ແລະ ແລກປ່ຽນ ຢູ່ນະຄອນຫຼວງຮ່າໂນ້ຍຄັ້ງນີ້, ຄະນະຜູ້ແທນຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງຖືໂອກາດ ເຂົ້າຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ປ່ອງບໍລິການປະຕູດຽວ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສູນບໍລິການພາກລັດຂອງ ນະຄອນຫຼວງຮ່າໂນ້ຍ ເພື່ອສຶກສາຮູບແບບ ການໃຫ້ບໍລິການລວມສູນ ຂອງຂັ້ນກະຊວງ ແລະ ຂອງຂັ້ນແຂວງ ເພື່ອສຶກສາ ແລະ ນຳມາປັບປຸງ ການບໍລິການປະຕູດຽວ ຂອງ ສປປ ລາວ ໃນອະນາຄົດ.


