14/07/2026
ໃນລະຫວ່າງວັນທີ 6-10 ກໍລະກົດ 2026, ຜ່ານມາ ສະຫາຍ ພວງປະເສີດ ແກ້ວສຸວັນ ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານ ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ຄຊປປລ ກຕສ), ຫົວໜ້າຫ້ອງການ, ກຕສ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກຊາວໜຸ່ມ, ເຍົາວະຊົນ ແລະ ສຳຫຼວດພື້ນທີ່ຂະຫຍາຍເຄືອຂ່າຍສັນຍານອິນເຕີເນັດຢູ່ ແຂວງ ຫົວພັນ ແລະ ແຂວງຊຽງຂວາງ. ການລົງເຄື່ອນໄຫວໃນຄັ້ງນີ້ ໂດຍພາຍໃຕ້ການນຳພາ ຂອງ ສະຫາຍ ທອງລິ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີຊາວໜຸ່ມຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້, ກໍເພື່ອຊຸກຍູ້ ແລະ ຫັນເອົາວຽກງານຊາວໜຸ່ມເຍົາວະຊົນລົງເລິກສູ່ຮາກຖານຕິດພັນກັບການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການຊຸກຍູ້ການຫັນເປັນດິຈິຕອນ ແລະ ສ້າງໂອກາດໃຫ້ປະຊາຊົນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖີງຂໍ້ມູນຂ່າວສານຢ່າງທົ່ວເຖີງ ແລະ ເປັນການລົງເກັບກຳຂໍ້ມູນ ແລະ ພື້ນທີ່ຕົວຈີງເພື່ອຂະຫຍາຍສັນຍານອິນເຕີເນັດ ສຳລັບສະມາຊິກຊາວໜຸ່ມຢູ່ເຂດບ້ານຫ່າງໄກສອກຫຼີກ ຢູ່ແຂວງຫົວພັນ ແລະ ຊຽງຂວາງ.


ໃນການເຮັດວຽກ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມແຂວງ, ເມືອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ, ສະຫາຍ ເລຂາ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກອບຄຳຄິດເຫັນ ແລະ ສົມທົບກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເພື່ອຊຸກຍູ້ວຽກງານຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານການນຳໃຊ້ລະບົບບໍລິຫານລັດດິຈິຕອນຂອງກະຊວງ ເຂົ້າໃນການເຄື່ອນໄຫວວຽກງານ, ການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ແລະ ບັນຫາອື່ນໆ ພ້ອມທັງສົ່ງເສີມໃຫ້ຊາວໜຸ່ມຢູ່ບັນດາແຂວງ ກ້າວໄປສູ່ການເປັນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ທັນສະໄໝ.


ໃນໂອກາດດັ່ງກ່າວ, ຄະນະບໍລິຫານງານຊາວໜຸ່ມກະຊວງເຕັກໂນໂລໂລຊີແລະ ການສື່ສານ ຍັງໄດ້ມີສ່ວນຮ່ວມໃນການມອບອຸປະກອນຄອມພິວເຕີ (Laptop) ຈຳນວນ 1 ເຄື່ອງ ແລະ ປື້ມຄູ່ມືການຮຽນຮູ້ ເຕັກໂນໂລຊີການຫັນເປັນດິຈິຕອນ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ແລະ ເຄື່ອງພີມເອກະສານຈຳວນ 1 ຊຸດໃຫ້ແກ່ຊາວໜຸ່ມເມືອງພູກູດ, ແຂວງຊຽງຂວາງ ຈຳນວນ 1 ເຄື່ອງ ລວມມູນຄ່າ 9,000,000 ກີບ ເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມຂັ້ນຮາກຖານ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ພັດທະນາຕົນເອງໄດ້ຢ່າງວ່ອງໄວ ແລະ ທັນກັບຍຸກສະໄໝ. ການເຄື່ອນໄຫວໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະແດງເຖິງຄວາມເອົາໃຈໃສ່ຂອງສູນກາງຊາວໜຸ່ມແລະ ບັນດາກະຊວງທີ່ກ່ຽວຂ້ອງເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບຂີດຄວາມສາມາດດ້ານເຕັກໂນໂລຊີ ໃຫ້ແກ່ອົງການຈັດຕັ້ງຊາວໜຸ່ມຮາກຖານຕື່ມອີກ.



ພາບ ແລະ ຂ່າວ: ກອງເລຂາ, ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສືສານ.

