ກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານ

03/06/2026

ກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານ

          ໃນວັນທີ 03 ມີຖຸນາ 2026, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານລະຫວ່າງ ກົມ 200, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ກັບຄະນະປ້ອງກັນພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກຕສ ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມທຽບເທົ່າ, ພະນັກງານກົມ 200 , ຄະນະປ້ອງກັນພາຍໃນ ກຕສ ແລະ ບັນດາແຂກ ຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ ການເງີນ ແລະ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ ຈຳນວນ 70 ກວ່າທ່ານ.

          ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນການ ຂອງຄະນະປ້ອງກັນພາຍໃນ ກຕສ ທີ່ໄດ້ກຳນົດໄວ້ ແລະ ທັງເປັນ ການສະແດງເຖິງ ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງຄະນະພັກ-ຄະນະນຳກະຊວງ ໃນການນຳພາ-ຊີ້ນໍາວຽກງານປ້ອງກັນພາຍໃນ. ພ້ອມນີ້, ກໍຍັງເປັນການເພີ່ມທະວີບົດບາດ ຂອງການນໍາພາ ວຽກງານດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕິດພັນກັບໜ້າທີ່ການເມືອງ ໃນໄລຍະໃໝ່.

          ກອງປະຊຸມໃນຄັ້ງນີ້, ໄດ້ມີພິທີເຊັນກົນໄກການປະສານງານ ລະຫວ່າງ ກົມ 200, ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊີ່ງຕາງໜ້າ ກຕສ ລົງນາມໂດຍ ທ່ານ ພວງປະເສີດ ແກ້ວສຸວັນ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກຕສ, ຫົວໜ້າຄະນະປ້ອງກັນພາຍໃນກະຊວງ ແລະ ຕາງໜ້າ ກະຊວງ ປ້ອງກັນຄວາມສະຫງົບ ໂດຍ ທ່ານ ພັນເອກ ສຸວັນ ທອງຈະເລີນ ຫົວໜ້າກົມ 200 ໂດຍການເປັນສັກຂີພິຍານ ຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະປ້ອງກັນຈາກສອງພາກສວ່ນເຂົ້າຮ່ວມ.

:

          ໃນວາລະກອງປະຊຸມດັ່ງກ່າວ ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມ ທີ່ມີຄວາມໝາຍຄວາມສຳຄັນ ເຊີ່ງໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະປ້ອງກັນພາຍໃນ,ໃນການເພີ່ມທະວີວຽກງານປ້ອງກັນພາຍໃນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສອດຄ່ອງກັບສະພາບການປ່ຽນແປງໃໝ່ ທີ່ເຕັກໂນໂລຊີມີການພັດທະນາຢ່າງກ້າວກະໂດດ, ໄພຄຸກຄາມບໍ່ໄດ້ມີພຽງຮູບແບບທາງກາຍະພາບເທົ່ານັ້ນ ແຕ່ຍັງລວມເຖິງໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງຂໍ້ມູນຂ່າວສານ. ດັ່ງນັ້ນ, ວຽກງານປ້ອງກັນພາຍໃນ ແມ່ນໜ້າທີ່ການເມືອງ ທີ່ມີຄວາມສໍາ ໃນການປ້ອງກັນ ແລະ ຮັບປະກັນໃຫ້ກະຊວງໃຫ້ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ວຽກງານປ້ອງກັນພາຍໃນ ບໍ່ພຽງແຕ່ເປັນການຮັກສາຄວາມສະຫງົບເທົ່ານັ້ນ, ແຕ່ຍັງເປັນການປົກປ້ອງລະບອບປະຊາທິປະໄຕ ປະຊາຊົນ, ສະກັດກັ້ນທຸກກົນອຸບາຍຂອງສັດຕູ ຫຼື ຜູ້ທີ່ບໍ່ຫວັງດີ ທີ່ມຸ້ງຫວັງມ້າງເພຄວາມສາມັກຄີ ແລະ ຄວາມສະຫງົບພາຍໃນອົງການຈັດຕັ້ງ.

ຂ່າວ ແລະ ຮູບ ທ່ານ ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ