ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການເຕະບານມິດຕະພາບຮ່ວມກັບກະຊວງການເງິນ

03/06/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການເຕະບານມິດຕະພາບຮ່ວມກັບກະຊວງການເງິນ

        ຫ້ອງການ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂະບວນການເຕະບານມິດຕະພາບ ຮ່ວມກັບກະຊວງການເງິນ ຂຶ້ນໃນວັນທີ 02 ມີຖຸນາ 2026, ທີ່ເດີນເຕະບານໂກຣເດັນທີ ທ່າມກາງບັນຍາກາດແຫ່ງຄວາມສາມັກຄີ ແລະ ອົບອຸ່ນ. ໂດຍການເຂົ້າຮ່ວມຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ສູນ, ພະນັກງານ ແລະ ນັກກິລາ ທັງສອງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ການເຕະບານມິດຕະພາບໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຂະບວນການອອກກຳລັງກາຍ ແລະ ເສີມສ້າງສຸຂະພາບເທົ່ານັ້ນ ແຕ່ຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມສຳພັນອັນດີງາມ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ສຳລັບຜົນການແຂ່ງຂັນ ທັງສອງທີມຈົບລົງດ້ວຍໄຊຊະນະ ຂອງກະຊວງການເງິນ
6-3 ປະຕູ ທ່າມກາງສຽງເຊຍຢ່າງຄຶກຄື້ນ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ