ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ກຕສ ຮ່ວມລົງນາມຮ່ວມມືໃນການຫັນວຽກງານສູນກາງກຳມະບານລາວຫັນເປັນດິຈິຕອນ

28/05/2026

ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ກຕສ ຮ່ວມລົງນາມຮ່ວມມືໃນການຫັນວຽກງານສູນກາງກຳມະບານລາວຫັນເປັນດິຈິຕອນ

ເພື່ອສ້າງກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ  ແລະ ການຫັນເປັນດິຈິຕອນ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນຕ່າງໆ ພາຍໃນສູນກາງສະຫະພັນກຳມະບານລາວ ກໍຄືຂັ້ນສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ສະມາຊິກກຳມະບານ ກໍຄື ກຳມະກອນຜູ້ອອກແຮງງານ ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານດິຈິຕອນ, ລຶບລ້າງການກືກດິຈິຕອນ ໃຫ້ກາຍເປັນກຳມະບານດິຈິຕອນ. ດັ່ງນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ຮ່ວມມືກັນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືໃນການຫັນວຽກງານສູນກາງກຳມະບານລາວຫັນເປັນດິຈິຕອນ. ໃນວັນທີ 22 ພຶດສະພາ 2026, ທີ່ສູນກາງສະຫະພັນກຳມະບານລາວ (ສກລ).

ຈຸດປະສົງ ແລະ ຄວາມສຳຄັນຂອງການຮ່ວມມື ໃນຄັ້ງນີ້, ທັງສອງຝ່າຍຈະໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃນຫຼາຍດ້ານ ຄື: ການຫັນເປັນດິຈິຕອນ: ປັບປຸງວຽກງານຄຸ້ມຄອງ-ບໍລິຫານຫ້ອງການຂອງ ສກລ ໃຫ້ມີຄວາມທັນສະໄໝ ໂດຍສອດຄ່ອງກັບຍຸດທະສາດລາວແຫ່ງຊາດກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ການສື່ສານ, ສ້າງຖານຂໍ້ມູນ: ພັດທະນາລະບົບຖານຂໍ້ມູນຂອງພະນັກງານກຳມະບານລາວ ໃຫ້ເປັນລະບົບດິຈິຕອນ ທີ່ສາມາດນໍາໃຊ້ໄດ້ທຸກທີ່ທຸກເວລາ ແລະ ຮັບປະກັບຄວາມປອດໄພ, ການພັດທະນາພື້ນຖານໂຄງລ່າງ: ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການໃຫ້ຄໍາປຶກສາ, ການເກັບກຳຂໍ້ມູນສະເພາະຂອງ ສກລ ໂດຍນໍາໃຊ້ຄັງຂໍ້ມູນແບບ Cloud. ພ້ອມທັງສາມາດນໍາໃຊ້ ເວັບໄຊ ເຂົ້າໃນການເຜີຍແຜ່ນະໂຍບາຍ, ກົດໝາຍ ແລະ ຂໍ້ມູນຂ່າວສານຕ່າງໆຂອງກຳມະບານ ແລະ ພັດທະນາບຸກຄະລາກອນ: ຍົກລະດັບຄວາມຮູ້ດ້ານເຕັກໂນໂລຊີໃຫ້ແກ່ພະນັກງານ ຜ່ານການຝຶກອົບຮົມ ແລະ ສຳມະນາ ວຽກງານບໍລິຫານ-ບໍລິການ ແລະ ພັດທະນາລະບົບດິຈິຕອນ.

:

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີຜົນສັກສິດບັງຄັບໃຊ້ເປັນເວລາ 5 ປີ (2026-2030) ແລະ ສາມາດຕໍ່ອາຍຸໄດ້ຕາມການຕົກລົງເຫັນດີຂອງທັງສອງຝ່າຍ. ນີ້ສະແດງໃຫ້ເຫັນເຖິງບາດກ້າວສຳຄັນໃນການຍົກລະດັບບົດບາດຂອງວຽກງານກຳມະບານລາວ ໃນການພັດທະນາວຽກງານດິຈິຕອນ ເຂົາໃນຂົງເຂດວຽກງານວິຊາສະເພາະຂອງຕົນເອງ ເຊິ່ງກໍ່ຄືການພັດທະນາປະເທດຊາດໃຫ້ກ້າວເຂົ້າສູ່ສັງຄົມດິຈິຕອນຢ່າງແທ້ຈິງ.

ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ລົງນາມໃນຄັ້ງນີ້ໂດຍ ສະຫາຍ ຄໍາຜອຍ ວັນນະສານ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ  ກຕສ ພ້ອມດ້ວຍຮອງລັດຖະມົນຕີ, ຮອງຄະນະບໍລິຫານງານ ສກລ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະນໍາ, ພ້ອມດ້ວຍພະນັກງານຈາກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ