28/05/2026
ໃນວັນທີ 27 ພຶດສະພາ 2026, ທີ່ຫ້ອງຮັບແຂກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ Kanat K. Tumysh, ເອກອັກຄະຖະທູດ ແຫ່ງ ສ. ກາຊັກສະຖານ ປະຈຳ ສປປ ລາວ. ເນື່ອງໃນໂອກາດເດີນທາງມາເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-28 ພຶດສະພາ 2026.

ໃນໂອກາດນີ້, ທ່ານຫົວໜ້າຫ້ອງການ ໄດ້ຕີລາຄາສູງ ຕໍ່ການເຂົ້າຢ້ຽມພົບປະຂອງທ່ານ Kanat K. Tumysh. ຊຶ່ງການພົບປະຄັ້ງນີ້, ກໍເພື່ອປຶກສາຫາລື ກ່ຽວກັບ ການລິເລີ່ມຮ່າງສັນຍາ ລະຫວ່າງ ສປປ ລາວ ແລະ ສ. ກາຊັກສະຖານ. ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂົງເຂດເຕັກໂນໂລຊີການສື່ສານ ແລະ ການບໍລິການລັດດ້ວຍລະບົບເອເລັກໂຕຣນິກ ລະຫວ່າງ ກະຊວງການພັດທະນາດິຈິຕອນ ແລະ ປັນຍາປະດິດ ແຫ່ງ ສ. ກາຊັກສະຖານ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ເພື່ອເສີມສ້າງສາຍພົວພັນລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ຂ່າວ ແລະ ຮູບ: ທ່ານ ພຸດດາວອນ ພາສຸວັນ

