08/04/2025

ໃນຕອນເຊົ້າຂອງວັນທີ 31 ມີນາ 2025 ຜ່ານມາ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮສ. ປອ. ບຸ່ຍ ແອ໋ງ ຕ໋ວນ ຜູ້ອໍານວຍການ ມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມງານສັບປະດາດິຈິຕອນ 2025.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ຜູ້ອໍານວຍການ ມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມງານສັບປະດາດິຈິຕອນລາວ. ພ້ອມນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໃນການຮ່ວມມືກັນທາງດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ເຊັ່ນ: ການພັດທະນາຫຼັກສູດການຮຽນແບບອອນລາຍດ້ານການບໍລິຫານທຸລະກິດ, ຝຶກອົບຮົມໃຫ້ແກ່ບຸກຄະລາກອນ ທັງໄລຍະສັ້ນ ແລະ ໄລຍະຍາວ, ແລກປ່ຽນຂໍ້ມູນການຮຽນ-ການສອນ ແລະ ອື່ນໆ ເພື່ອໃຫ້ສາມາດສ້າງນັກສຶກສາທີ່ມີຄຸນພາບອອກຮັບໃຊ້ສັງຄົມ.