07/04/2025

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຝຶກອົບຮົມ “ການນຳໃຊ້ປັນຍາປະດິດເຂົ້າໃນການພັດທະນາບັນດາແຂວງ” ຂຶ້ນໃນຕອນເຊົ້າຂອງວັນທີ 01 ເມສາ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.
ຈຸດປະສົງຂອງຝຶກອົບຮົມໃນຄັ້ງນີ້ ກໍເພື່ອຫຼຸດຜ່ອນຊ່ອງວ່າງຄວາມຮັບຮູ້ ແລະ ຄວາມສາມາດໃນການນຳໃຊ້ປັນຍາປະດິດ ຊຶ່ງຈະຊ່ວຍຍົກລະດັບທັກສະ, ຄວາມສາມາດໃຫ້ແກ່ພະນັກງານ ແລະ ນັກສຶກສາ ໃຫ້ສາມາດເຮັດວຽກໄດ້ຢ່າງມີປະສິດຕິພາບ, ມີຄວາມຍືນຍົງ, ສາມາດນໍາໄປເຜີຍແຜ່ຕໍ່ ແລະ ເປັນການສ້າງແຮງບັນດານໃຈດ້ານແນວຄິດ ໃຫ້ສາມາດນຳໃຊ້ເຂົ້າໃນການປັບປຸງ ການບໍລິການສາທາລະນະ, ການກະສິກຳ, ການສຶກສາ, ໄປຈົນເຖິງການສະໜັບສະໜູນດ້ານສາທາລະນະສຸກໃນຊົນນະບົດ. ປັດຈຸບັນ, ສະຖາບັນ ໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ແຜນພັດທະນາເສດຖະກິດດິຈິຕອນ ແລະ ການຫັນເປັນດິຈິຕອນ ຊຶ່ງການຍົກລະດັບຄວາມຮູ້ດ້ານປັນຍາປະດິດ ຜ່ານການຝຶກອົບຮົມ ແລະ ສ້າງປະສົບການຕົວຈິງ ໃຫ້ແກ່ນັກສຶກສາ ແລະ ນັກວິຊາການໄວໜຸ່ມ ທັງຈາກຕ່າງແຂວງ ແລະ ໃນນະຄອນຫຼວງ ເພື່ອນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າບົດຮຽນ ແລະ ປະຕິບັດໜ້າທີ່ວຽກງານ ກໍແມ່ນສ່ວນສຳຄັນໜຶ່ງໃນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ.
ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວຕໍ່ການຝຶກອົບຮົມຄັ້ງນີ້ວ່າ: ປັນຍາປະດິດ ຫຼື ທີ່ຫຼາຍຄົນເອີ້ນວ່າ A.I ບໍ່ແມ່ນເຕັກໂນໂລຊີແຫ່ງອະນາຄົດອີກຕໍ່ໄປ, ແຕ່ໄດ້ກາຍເປັນສິ່ງທີ່ມີຢູ່ໃນປັດຈຸບັນ ແລະ ກຳລັງສົ່ງຜົນກະທົບຕໍ່ສັງຄົມມະນຸດໃນທຸກໆດ້ານ. ທຸກມື້ນີ້, ປັນຍາປະດິດ ໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ເພາະຄວາມສາມາດໃນການປະມວນຜົນ, ວິເຄາະ, ຄາດຄະເນ ແລະ ສ້າງສັນຂໍ້ມູນໄດ້ຢ່າງວ່ອງໄວ ເຮັດໃຫ້ມີຄວາມສະດວກສະບາຍຕໍ່ຜູ້ນຳໃຊ້. ນອກຈາກນັ້ນ, ຍັງສາມາດນຳໃຊ້ເຂົ້າໃນການປັບປຸງ ການບໍລິການສາທາລະນະ, ການກະສິກຳ, ການສຶກສາ, ໄປຈົນເຖິງການສະໜັບສະໜູນດ້ານສາທາລະນະສຸກ. ສະນັ້ນ, ການນຳໃຊ້ປັນຍາປະດິດບໍ່ແມ່ນພຽງແຕ່ກ່ຽວກັບນະວັດຕະກຳ, ແຕ່ແມ່ນກ່ຽວກັບການຍົກສູງຄຸນນະພາບຊີວິດ ແລະ ການເປັນຢູ່ຂອງປະຊາຊົນ. ຍ້ອນເຫັນໄດ້ເຖິງຄວາມສຳຄັນ, ລັດຖະບານຂອງ ສປປ ລາວ ໄດ້ມີການບັນຈຸ ຄຳວ່າ “ປັນຍາປະດິດ” ເຂົ້າໃນ ແຜນພັດທະນາເສດຖະກິດຕິຈິຕອນແຫ່ງຊາດໄລຍະ 5 ປີ ແລະ ໄດ້ປັບປຸງລັດຖະທຳມະນູນ ສະປັບປີ 2025 ໃຫ້ມີການລະບຸເຖິງ ປັນຍາປະດິດ ເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ພ້ອມກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຍັງໄດ້ຮ່າງແຜນຍູດທະສາດປັນຍາປະດິດແຫ່ງຊາດ ຮອດປີ 2035 ເພື່ອວາງທິດທາງໃຫ້ປັນຍາປະດິດກາຍເປັນກຳລັງຂັບເຄື່ອນຂອງການຫັນເປັນດິຈິຕອນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດການພັດທະນາແບບຍືນຍົງ ບົນພື້ນຖານປັນຍາປະດິດທີ່ມີຄວາມຮັບຜິດຊອບ ແລະ ມີຈັນຍາບັນ.
ຂ່າວ: ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ