ກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ

07/04/2025

ກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ (Workshop on AI for Public Service) ຂຶ້ນໃນຕອນເຊົ້າຂອງວັນທີ 04 ເມສາ 2025 ຜ່ານມາ, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຊຶ່ງການຈັດສໍາມະນາດັ່ງກ່າວແມ່ນໜຶ່ງໃນກິດຈະກໍາຂອງ ງານສັບປະດາດິຈິຕອນ 2025 (Lao Digital Week 2025). ເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ມີຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 18 ແຂວງ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນທັງໝົດ 80 ທ່ານ.

ກອງປະຊຸມດັ່ງກ່າວ ແມ່ນການດຳເນີນງານຮ່ວມກັນ ລະຫວ່າງ ພາກລັດ ກໍຄື ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດ Lao Gateway ແລະ ສະຖາບັນປັນຍາປະດິດ (AI) ສິງກະໂປ. ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບການນໍາໃຊ້ລະບົບປັນຍາປະດິດ ໂດຍ ທ່ານ Dr. William Tjhi ຫົວໜ້າພະແນກຄົ້ນຄວ້າກ່ຽວກັບຜະລິດຕະພັນປັນຍາປະດິດ ຈາກ ປະເທດ ສິງກະໂປ ເປັນຕົ້ນແມ່ນ ຄວາມກ້າວໜ້າຂອງພາສາຕົວແບບ ໃນຮູບແບບ Large Language Model (LLM) ເພື່ອພັດທະນາປັນຍາປະດິດ ໃຫ້ມີສັກກະຍະພາບສູງ ແລະ ໄດ້ນຳສະເໜີຄວາມສາມາດ ຂອງປັນຍາປະດິດ ແລະ ວິທີການນໍາໃຊ້ເຂົ້າໃນວຽກງານການບໍລິຫານ ແລະ ການບໍລິການຂອງພາກລັດໃຫ້ມີປະສິດທິພາບດີຂຶ້ນ. ພ້ອມດຽວກັນນັ້ນ, ຕາງໜ້າ ບໍລິສັດ ລາວເກດເວ (Lao Gateway) ຍັງໄດ້ນໍາສະເໜີກ່ຽວກັບ ທິດທາງການພັດທະນາ ແລະ ການນຳໃຊ້ປັນຍາປະດິດ ໃນຕົວຈິງ ຢູ່ ສປປ ລາວ. 

ການນໍາໃຊ້ AI ໃນປະເທດລາວເຮົາຍັງຈໍາກັດ ແຕ່ກໍມີທ່າອ່ຽງເພີ່ມຂຶ້ນຫຼາຍ ໂດຍສະເພາະການນໍາໃຊ້ເຂົ້າໃນວຽກງານບໍລິຫານ, ການສັງລວມ ແລະ ວິເຄາະຂໍ້ມູນ. ເຖິງແມ່ນວ່າ ການນໍາໃຊ້ປັນຍາປະດິດໃນປະເທດລາວຍັງຢູ່ໃນຂັ້ນເລີ່ມຕົ້ນ ແຕ່ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີ, ການຊຸກຍູ້, ສົ່ງເສີມຂອງພາກລັດ ແລະ ເອກະຊົນໃນລາວ ຊຶ່ງຈະເຮັດໃຫ້ປັນຍາປະດິດມີບົດບາດສໍາຄັນໃນການພັດທະນາປະເທດໃນອະນາຄົດມໍ່ໆນີ້. ປັດຈຸບັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແມ່ນກໍາລັງຄົ້ນຄວ້າ ຮ່າງຍຸດທະສາດປັນຍາປະດິດ ໂດຍອີງໃສ່ບົດຮຽນ ຂອງບັນດາປະເທດ ສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ເອກະສານຂອງ UNESCO ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນປີ 2025 ນີ້. ກອງປະຊຸມສໍາມະນາໄດ້ປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ