07/04/2025

ເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ໃນຕອນເຊົ້າວັນທີ 4 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແລະ ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດລາວ.
ການຈາກໄປຂອງສະຫາຍໃນຄັ້ງນີ້ ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທຳອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າຫານ ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ.
ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຈາລຶກຄຸນງາມຄວາມດີຂອງສະຫາຍຕະຫຼອດໄປ ແລະ ຈະສືບຕໍ່ພາລະກິດຂອງສະຫາຍ ເພື່ອສ້າງສາປະເທດຊາດລາວ ໃຫ້ຮັ່ງມີ ແລະ ເຂັ້ມແຂງ.
ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.