ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເລົ່າມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

07/04/2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເລົ່າມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ມອບ-ຮັບບັດສະມາຊິກພັກສົມບູນ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸດທີ VI. ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມີນາ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ຊຶ່ງມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາ ຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງເຂົ້າຮ່ວມ 250 ກວ່າສະຫາຍ.

ໃນພິທີ, ສະຫາຍ ມະໂນທອງ ວົງລໍຄຳ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອອກບັດສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຊຸດທີ VI ໃຫ້ແກ່ສະມາຊິກພັກຈາກ 16 ໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກກະຊວງ ຊຶ່ງມີສະມາຊິກພັກສົມບູນທີ່ໄດ້ຮັບບັດໃນຄັ້ງນີ້ຈໍານວນທັງໝົດ 54 ສະຫາຍ, ຍິງ 17 ສະຫາຍ (ຕາງໜ້າຄະນະພັກຮາກຖານ/ໜ່ວຍພັກຂຶ້ນຮັບແທນ). ນອກນັ້ນ, ຍັງໄດ້ຮັບຊົມຮູບເງົາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ. 

ພາຍຫຼັງຮັບຊົມຮູບເງົາດັ່ງກ່າວ, ສະຫາຍ ປະທານ ກໍໄດ້ມີຄຳເຫັນໂອ້ລົມ ພ້ອມທັງຍົກໃຫ້ເຫັນສາເຫດ, ຄວາມຈໍາເປັນຂອງການສ້າງຕັ້ງພັກ, ມູນເຊື້ອ ແລະ ທາດແທ້ອັນດີງາມຂອງພັກ, ບັນດາຜົນງານການນໍາພາຂອງພັກ ຕະຫຼອດໄລຍະ 70 ປີທີ່ຜ່ານມາ, ບັນດາບົດຮຽນຂອງພັກທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ ກໍຄື ສະມາຊິກພັກ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກໃນໄລຍະໃໝ່, ພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງພັກທີ່ໄດ້ກຳນົດອອກໃຫ້ປາກົດຜົນເປັນຈິງ.

ຂ່າວ ແລະ ຮູບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ