ງານແຂ່ງຂັນ ການປົກປ້ອງ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ

04/04/2025

ງານແຂ່ງຂັນ ການປົກປ້ອງ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ

ງານແຂ່ງຂັນການປົກປ້ອງ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ ພາຍໃຕ້ ຫົວຂໍ້: Lao Cyber Security Hacking Challenge ຈັດຂຶ້ນໃນວັນທີ 02 ເມສາ 2025, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ສູນນາລັດ ຫົວໜ້າກົມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະກໍາມະການ ແລະ ບັນດາທີມນັກແຂ່ງຂັນ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ສູນນາລັດ ໄດ້ກ່າວວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການຊີ້ນໍາ ນໍາພາຂອງຄະນະລະດັບຊາດ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ໄດ້ຈັດງານສັບປະດາດິຈິຕອນລາວ 2025 ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງປະເທດເຮົາ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໃນການຈັດງານການແຂ່ງຂັນຄັ້ງນີ້ ເປັນການເປີດກວ້າງໃນຂອບເຂດທົ່ວປະເທດໃຫ້ສາມາດເຂົ້າຮ່ວມ ເຊິ່ງມີທີມເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ຈໍານວນ 11 ທີມ, ແບ່ງອອກເປັນ 2 ໝວດຄື: ໝວດນັກສຶກສາ ແລະ ໝວດບຸກຄົນທົ່ວໄປ. ຈຸດປະສົງແມ່ນເພື່ອສົ່ງເສີມ ແລະ ພັດທະນາບຸກຄະລະກອນໄວໜຸ່ມ ນັກຮຽນນັກສຶກສາຜູ້ທີີສົນໃຈເຂົ້າຮ່ວມແຂ່ງຂັນ ທັກສະທາງດ້ານຄວາມປອດໄພໄຊເບີ ພ້ອມນັ້ນກໍຍັງເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ ແລະ ບໍລິສັດໄຊເບີຣັດ ລວມທັງເປັນການສົ່ງເສີມການສ້າງ ແລະ ແລກປ່ຽນຄວາມຮູ້ໃຫ້ຜູ້ເຂົ້າຮ່ວມທັງໝົດ ໄດ້ເຂົ້າໃຈກ່ຽວກັບການປົກປ້ອງການຄົ້ນຫາຂໍ້ມູນ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ ແລະ ໃຫ້ເຫັນເຖິງຄວາມສໍາຄັນໃນວຽກງານການຮັກສາຄວາມປອດໄພໄຊເບີໃຫ້ຫຼາຍຂຶ້ນ. ການແຂ່ງຂັນໄດ້ທີມຊະນະເລີດຄື: ອັນດັບທີ 1 ໄດ້ແກ່ທີມຂອງນັກສຶກສາ, ຊື່ທີມ LOYO, ຊະນະເລີດອັນ 2 ໄດ້ແກ່ທີມຂອງບຸກຄົນທົ່ວໄປ, ຊື່ທີມ OneDay ແລະ ອັນດັບທີ 3 ໄດ້ແກ່ທີມຂອງນັກສຶກສາ, ຊື່ທີມ It's over 9000 ms.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ