ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລົງເຜີຍແຜ່ວຽກງານ ຢູ່ 3 ແຂວງ ພາກໃຕ້

26/09/2023

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລົງເຜີຍແຜ່ວຽກງານ ຢູ່ 3 ແຂວງ ພາກໃຕ້

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຜີຍແຜ່ ວຽກງານຫຼັກສູດປະລິນຍາຕີ, ຫຼັກສູດຝຶກອົບຮົມໄລຍະຍາວ-ໄລຍະສັ້ນ, ວິທີການປະເມີນວັດລະດັບທັກສະດິຈິຕ໋ອນ ແລະ ແນວທາງການຮຽນ ແລະ ການປະກອບອາຊີບໃນຂະແໜງ IT, CT ແລະ ການເຂົ້າຮ່ວມແຂ່ງຂັນໂປຣແກຣມລະດັບປະເທດ ຄັ້ງທີ່ I ໃຫ້ບັນດາພະນັກງານ, ນັກຮຽນຊັ້ນ ມ7 ແລະ ນັກສຶກສາລະດັບມະຫາວິທະຍາໄລ ໃນ 3 ແຂວງ (ແຂວງສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ) ໃນລະຫວ່າງວັນທີ 11-20 ກັນຍາ 2023 ຜ່ານມານີ້ ໂດຍການນຳພາຂອງທ່ານ ວຽງວິໄລ ເສດຖານົນ ແລະ ທ່ານ ທ່ຽງທຳ ແກ້ວປະສິດ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ, ຄະນະອຳນວຍການໂຮງຮຽນມັດທະຍົມສົມບູນ ອົງແກ້ວ, ມສ ສາລະວັນ ແລະ ມສ ປາກເຊ, ພະນັກງານ-ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ຈຸດປະສົງຂອງການລົງເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ຫຼັກສູດໄລຍະຍາວ, ຝຶກອົບຮົມໄລຍະສັ້ນ ແລະ ທາງເລືອກໃນການເຂົ້າຮຽນ, ປະກອບອາຊີບຂະແໜງ ໄອຊີທີ ແກ່ນ້ອງນັກຮຽນ ມ7, ການແລກປ່ຽນຂໍ້ມູນໃນການສ້າງຕັ້ງມະຫາວິທະຍາໄລທີ່ມະຫາວິທະຍາໄລສະຫວັນນະເຂດ ແລະ ຈຳປາສັກ, ການວັດລະດັບທັກສະໄອຊີທີ/ດີຈີຕອນ ໃຫ້ແກ່ພະນັກງານໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແລະ ເຜີຍແຜ່ ການເຂົ້າຮ່ວມແຂ່ງຂັນໂປຣແກຣມລະດັບປະເທດ ຄັ້ງທີ I ຊຶ່ງເປັນໂຄງການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ ລາຍລາວແລັບ ໂຊລູເຊິນ ຈຳກັດ. ທັ້ງນີ້ກໍເພື່ອແນໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດຫັນເປັນເສດຖະກິດດິຈິຕອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດເສດຖະກິດດິຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດິຈິຕອນ ໄລຍະ 5 ປີ (2021-2025) ຊຶ່ງໄດ້ປະກອບມີ 03 ເສົາຄໍ້າຄື: ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລັດຖະບານດິຈິຕອນ ຊຶ່ງໄດ້ເປັນປັດໃຈທີ່ສໍາຄັນໃຫ້ແກ່ລັດຖະບານ ນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະະ ບໍລິການສັງຄົມ ໃນຂອບເຂດທົ່ວປະເທດ.

ບົດຂ່າວໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ